ບົດປາໄສ

ໂດຍ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ,

ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ຕໍ່ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 67,

ນິວຢອກ, 28 ກັນຍາ 2012

——————————————————

h.e thongloun sisoulith

ທ່ານ ປະທານ,

ກ່ອນອື່ນໝົດ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງພະນະທ່ານ ວຸກ ເຈເຣມິກ (Mr. Vuk Jeremic), ທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນປະທານກອງ ປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ່ 67 ນີ້. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍບົດຮຽນອັນ ກວ້າງຂວາງ ແລະ ແນວຄິດລິເລີ້ມທີ່ສ້າງສັນຕ່າງໆຂອງທ່ານ, ທ່ານຈະສາມາດນຳພາວຽກງານ ຂອງ ອົງການສະຫະປະຊາຊາດ ໃຫ້ບັນລຸຈຸດປະສົງຄາດໝາຍ ແລະ ເຮັດໃຫ້ອົງການສະຫະ ປະຊາຊາດຮັບໃຊ້ຜົນປະໂຫຍດລວມ ຂອງປະເທດສະມາຊິກທັງໝົດ. ພວກຂ້າພະເຈົ້າພ້ອມ ແລ້ວທີ່ຈະ ໃຫ້ການຮ່ວມມື ແລະ ສະໜັບສະໜູນຢ່າງເຕັມ ສ່ວນແກ່ການປະຕິບັດໜ້າທີ່ອັນ ສູງສົ່ງ ແລະ ມີກຽດດັ່ງກ່າວນີ້ຂອງທ່ານ.

ພ້ອມດຽວກັນນີ້, ຂ້າພະເຈົ້າ ກໍ່ຂໍສະແດງຄວາມຊົມເຊີຍ ມາຍັງພະນະທ່ານ ນາເຊຍ ອັບດູລາສິດ ອານນາເຊີ (Nassir Abdulaziz AlNasser), ປະທານກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ່ 66 ທີ່ໄດ້ປະຕິບັດໜ້າທີ່ຂອງ ຕົນດ້ວຍຜົນສຳເລັດອັນຈົບງາມ.

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມ ຂອງ ພະນະທ່ານ ບານ ກີມູນ, ເລຂາທິການໃຫຍ່ ສປຊ ໃນການປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ບໍຮູ້ອິດຮູ້ເມື່ອຍ ເພື່ອພາລະກິດ ແລະ ເປົ້າໝາຍຂອງອົງການ ສະຫະປະຊາຊາດ ໃນສະພາບຂອງໂລກທີ່ມີຄວາມສັບສົນ, ລວມທັງຄວາມພະຍາຍາມຂອງທ່ານ ໃນການປັບ ປຸງແບບແຜນວິທີເຮັດວຽກ ຂອງອົງການສະຫະປະຊາຊາດ ໂດຍ ລວມ ແລະ ໂດຍສະເພາະ ກອງເລຂາສະຫະປະຊາຊາດ ແນໃສ່ເຮັດໃຫ້ອົງການດັ່ງກ່າວ ມີປະສິດ ທິພາບຍິ່ງໆຂຶ້ນ.

ທ່ານ ປະທານ,

ໃນໄລຍະ 2 ປີ ທີ່ຜ່ານມານີ້, ວົງຄະນະຍາດສາກົນໄດ້ປະເຊີນກັບຄວາມສັບສົນວຸ້ນວາຍ ຫລາຍປະການທີ່ເກີດຂຶ້ນຢ່າງເນື່ອງ ນິດລຽນຕິດບໍ່ວ່າໃນຂົງເຂດການເມືອງ ແລະ ຄວາມໝັ້ນ ຄົງ, ເສດຖະກິດສັງຄົມ. ຄວາມສັບສົນ ແລະ ວຸ້ນວາຍດ້ານການເມືອງໃນ ລະດັບພາກພື້ນໂດຍ ສະເພາະໃນຕາເວັນອອກກາງທີ່ແກ່ຍາວມາເຖິງປັດຈຸບັນຍັງ ບໍ່ທັນມີສັນ ຍານທີ່ຈະສາມາດຊອກ ຊ່ອງທາງແກ້ໄຂໃຫ້ສຳເລັດໂດຍໄວໄດ້. ການນໍາໃຊ້ຄວາມຮຸນແຮງໃນ ທຸກຮູບແບບເຊັ່ນ: ການໂຈມຕີສໍານັກງານການທູດຢູ່ປະເທດລີບີ ແມ່ນສິ່ງທີ່ພວກເຮົາບໍ່ ສາມາດຮັບໄດ້. ວິກິດການດ້ານເສດຖະກິດ ແລະ ການເງິນທີ່ເກີດຂຶ້ນ ແລະ ແພ່ລາມໄປທົ່ວໂລກນັ້ນ ໄດ້ກ້າວເຂົ້າມາສູ່ຈຸດສູງອັນໄດ້ສ້າງຄວາມວິຕົກກັງວົນໃຫ້ທຸກປະເທດ ໃນໂລກແມ່ກະທັ້ງແຕ່ສະຫະ ພາບເອີຣົບທີ່ເປັນກຸ່ມເສດຖະກິດທີ່ມີຄວາມເຂັ້ມແຂງໃນໂລກ. ວິກິດການຕ່າງໆທີ່ເກີດຂື້ນມານີ້ ເປັນສິ່ງທ້າທາຍຕໍ່ຄວາມສາມາດ ແລະ ຄວາມເຊື່ອໝັ້ນຂອງ ກົນໄກການແກ້ໄຂຕ່າງໆທີ່ວົງຄະນະຍາດສາກົນໄດ້ສ້າງຂຶ້ນມາ ເພື່ອຮັບມືກັບສິ່ງທ້າທາຍທີ່ ເກີດຂຶ້ນຢູ່ໃນໂລກ. ອັນນີ້ໄດ້ສະແດງອອກໃຫ້ພວກເຮົາເຫັນຢ່າງຈະແຈ້ງ ແລ້ວວ່າຄວາມຕັດ ສິນໃຈໃນການປະຕິບັດຮ່ວມກັນຂອງພວກເຮົາຍັງບໍ່ທັນໄດ້ຮັບຜົນເທົ່າທີ່ຄວນເຊັ່ນ: ການເຈ ລະຈາກ່ຽວກັບເງື່ອນໄຂ ແລະ ພັນທະໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຍັງ ບໍ່ທັນມີຄວາມຄືບໜ້າທັ້ງໆທີ່ ອານຸສັນຍາກຽວໂຕວ່າດ້ວຍການປ່ຽນແປງດິນຟ້າອາກາດຈະ ສິ້ນສຸດ ໃນປີ 2012 ນີ້, ຄວາມພະຍາຍາມໃນການສ້າງ ສົນທິສັນຍາວ່າດ້ວຍການ ຄ້າອາວຸດເຊິ່ງເລີ້ມຕົ້ນມາໄດ້ຫລາຍປີແລ້ວປະເຊີນກັບຄວາມລົ້ມເຫລວ ,ຄວາມຕັດສິນໃຈຂອງ ປະເທດພັດທະນາແລ້ວໃນການໃຫ້ການຊ່ວຍເຫລືອແກ່ປະເທດດ້ອຍໂອກາດ ໂດຍສະເພາະປະ ເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດກຳ ລັງພັດທະນາເກາະດອນນ້ອຍນັ້ນ ແມ່ນນັບມື້ນັບຫລຸດໜ້ອຍຖອຍລົງ. ຕໍ່ໜ້າສະພາບການ ດັ່ງກ່າວນີ້, ອົງການສະຫະປະຊາຊາດ, ເຊິ່ງເປັນອົງການຈັກກະວານດຽວໃນໂລກທີ່ມີສະມາຊິກ ຫລາຍທີ່ສຸດ, ເປັນອົງການທີ່ມີກົນໄກການປະຕິບັດວຽກງານທີ່ສາມາດເຊື່ອຖືໄດ້ນັ້ນ, ຄວນເພີ້ມ ທະວີຄວາມເຂັ້ມແຂງ, ຄວາມສັກສິດໃນການແກ້ໄຂບັນຫາສໍາຄັນຂອງໂລກໃຫ້ໄດ້. ການທີ່ ຈະເຮັດໃຫ້ອົງການສະຫະປະຊາຊາດມີຄວາມເຂັ້ມແຂງ ແລະ ມີບົດບາດຫລາຍຂຶ້ນນັ້ນ, ແມ່ນຂຶ້ນກັບປະເທດສະມາຊິກພວກເຮົາທັງໝົດ. ປະເທດສະມາຊິກ ສປຊ ຄວນໃຫ້ການຮ່ວມ ມືຢ່າງເຕັມສ່ວນ, ຄວນຊັ່ງຊາຜົນປະໂຫຍດແຫ່ງຊາດກັບພັນທະສາກົນ ໃຫ້ເຫມາະສົມກົມ ກຽວເພື່ອການແກ້ໄຂບັນຫາກວມໂລກຢ່າງມີປະສິດ ທິຜົນ ແລະ ທັນການ.

ທ່ານປະທານ,

ໃນສະພາບການປັດຈຸບັນນີ້ ອົງການຈັດຕັ້ງພາກພື້ນແມ່ນມີບົດບາດສຳຄັນ ຍັງໃນການ ແກ້ໄຂບັນຫາກວມໂລກ ໄປໃນຕົວຂອງມັນ. ຫລາຍປະເທດໃນໂລກ ໄດ້ໃຫ້ຄວາມສຳຄັນຕໍ່ ການຈັດຕັ້ງ, ກົນໄກ ແລະ ການເຄື່ອນໄຫວຢ່າງຫ້າວຫັນຂອງອາຊຽນ ກໍ່ຄືຂອບການ ຮ່ວມມື ແລະ ຂໍ້ລິເລີ່ມຕ່າງໆຂອງອາຊຽນທີ່ນັບມື້ນັບໄດ້ຮັບການຂະຫຍາຍຕົວອອກຢ່າງ ກວ້າງຂວາງ. ປັດຈຸບັນ ອາຊຽນໄດ້ກ້າວເຂົ້າສູ່ໄລຍະສຳຄັນ ເປັນຕົ້ນແມ່ນການຈັດ ຕັ້ງຜັນຂະຫຍາຍຄຳໝັ້ນ ສັນຍາຂອງ ບັນດາຜູ້ນໍາ ກ່ຽວກັບ ການສ້າງຕັ້ງປະຊາຄົມອາຊຽນ ທີ່ປະກອບດ້ວຍ 3 ເສົາຄໍ້າ: ປະຊາຄົມການເມືອງ ແລະ ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນາ ທຳສັງຄົມ ໃນປີ 2015.  ດ້ວຍການນໍາ ໃຊ້ທ່າແຮງພາຍໃນ ບວກກັບ ການສະໜັບສະໜູນ ຈາກພາຍນອກ ໂດຍສະເພາະຈາກ ປະເທດຄູ່ເຈລະຈາ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ອາຊຽນ ຈະສາມາດ ບັນລຸເປົ້າໝາຍ ອັນສູງສົ່ງຂອງຕົນ ໃນການສ້າງອາຊຽນໃຫ້ກາຍເປັນປະຊາຄົມ ທີ່ມີສະຖຽນລະພາບທາງ ດ້ານການເມືອງ, ມີການເຊື່ອມໂຍງທາງດ້ານເສດຖະກິດ ແລະ ມີຄວາມ ກົມກຽວທາງ ວັດທະນະທໍາສັງຄົມ ອັນຈະເປັນການປະກອບສ່ວນ ເຂົ້າໃນພາລະກິດແຫ່ງການ ປົກປັກຮັກ ສາສັນຕິພາບ ແລະ ສົ່ງເສີມຄວາມກ້າວໜ້າສີວິໄລ ໃນພາກພື້ນ ແລະ ໃນໂລກ.

ທ່ານ ປະທານ,

ໃນຖານະທີ່ເປັນສະມາຊິກ ຂອງວົງຄະນະຍາດສາກົນ, ສປປລາວ ໄດ້ມີຄວາມພະຍາຍາມ ຕັ້ງຫນ້າ ປະຕິບັດ ພັນທະສາກົນຂອງຕົນຢ່າງເອົາໃຈໃສ່, ໂດຍໄດ້ສືບຕໍ່ດຳເນີນນະໂຍ ບາຍການຮ່ວມມືກັບສາກົນແບບເປີດກວ້າງ ບົນພື້ນຖານຄວາມສະໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນັບຖືຄວາມເປັນເອກະລາດແຫ່ງຊາດ, ອະທິປະໄຕ ແລະ ບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ ເພື່ອສ້າງສະພາບແວດລ້ອມສາກົນ ທີ່ອໍານວຍ ໃຫ້ແກ່ການພັດທະນາ ປະເທດຊາດ. ໃນປີທີ່ຜ່ານມາ, ເຖິງວ່າ ຈະປະເຊີນກັບ ສິ່ງທ້າທາຍຫລາຍດ້ານກໍ່ຕາມ, ແຕ່ ສປປ ລາວ ກໍຍັງສືບຕໍ່ມີສະຖຽນລະພາບທາງການ ເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເສດຖະກິດແຫ່ງຊາດ ຍັງໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ, ຈັງຫວະການເຕີບໂຕທາງດ້ານເສດຖະກິດສະເລັ່ຍໄດ້ 8% ຕໍ່ປີ, ການລົງທຶນໂດຍກົງຈາກຕ່າງປະເທດໄດ້ສືບຕໍ່ເພີ່ມຂຶ້ນກວ່າ 30%, ການແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ບັນລຸໄດ້ຕາມ ຄາດຫມາຍທີ່ວາງໄວ້ໃນແຜນການ 5 ປີ ອັນເຮັດໃຫ້ ຊິວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ເທື່ອລະກ້າວ. ທັງໝົດນັ້ນ ເປັນການສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການບັນລຸເປົ້າໝາຍສະຫັດສະຫວັດ ດ້ານ ການພັດທະນາ ໃນປີ 2015, ສ້າງປະຖົມປັດໃຈ ແລະ ພື້ນຖານວັດຖຸເຕັກນິກທີ່ຈຳເປັນ ເພື່ອນຳເອົາປະເທດຊາດ ໃຫ້ຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາໃນປີ 2020.ໄປຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ສປປລາວ ກໍຍັງສືບຕໍ່ປະເຊີນກັບອຸປະສັກ ແລະ ສິ່ງ ທ້າທາຍຫລາຍດ້ານ ນອກຈາກຜົນກະທົບ ຈາກວິກິດການເສດຖະກິດຂອງໂລກ ແລະ ພາກພື້ນກໍ່ຄື, ຜົນຮ້າຍຈາກໄພທໍາມະຊາດແລ້ວ ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກປາງ ສົງຄາມ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊີວິດຂອງພົນລະເຮືອນ ທັງເປັນຜົນກະທົບ ສືບເນື່ອງ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ລວມທັງ ຕໍ່ການບັນລຸເປົ້າຫມາຍ ສະຫັດສະຫວັດ (MDGs) ຂອງ ສປປລາວ. ສະນັ້ນ, ລັດຖະບານລາວ ຮຽກຮ້ອງມາຍັງ ບັນດາປະເທດຕ່າງໆໃນໂລກ ເຂົ້າເປັນພາຄີຂອງສົນທິສັນຍາໂອສະໂລ ວ່າດ້ວຍລະເບີດລູກ ຫວ່ານ ແນໃສ່ຈໍາກັດ ແລະ ລົບລ້າງການນໍາໃຊ້ລະເບີດດັ່ງກ່າວໃນໂລກນີ້ໃຫ້ໝົດໄປ. ຕໍ່ໜ້າສະພາບການດັ່ງກ່າວ, ລັດຖະບານ ສປປລາວ ຈະສືບຕໍ່ນໍາພາປະຊາຊົນຂອງຕົນ ປະຕິບັດຄວາມມຸ້ງຫມັ້ນທາງການເມືອງທີ່ໄດ້ວາງໄວ້ ເພື່ອການພັດທະນາແບບຍືນຍົງ ແລະ ບັນລຸເປົ້າຫມາຍນໍາເອົາ ປະເທດຊາດ ຫລຸດພົ້ນອອກຈາກສະພາບດ້ອຍພັດທະນາ ໃນປີ 2020. ໃນໂອກາດອັນສະຫງ່າລາສີນີ້ ແລະ ໃນເວທີອັນສໍາຄັນຍິ່ງນີ້ ສປປລາວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ວົງຄະນາຍາດສາກົນ ທີ່ໄດ້ໃຫ້ການສະຫນັບ ສະຫນູນຊ່ວຍເຫລືອອັນລໍ້າຄ່າ ແລະ ມີປະສິດທິຜົນ ຕໍ່ສປປລາວ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບ ການສະຫນັບສະຫນູນ ແລະ ຊ່ວຍເຫລືອຕໍ່ໄປອີກ.

ທ່ານປະທານ,

ສປປລາວ ມີຄວາມປິຕິເປັນຢ່າງຍິນດີຍິ່ງ ທີ່ໄດ້ຮັບກຽດອັນສູງສົ່ງໃຫ້ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຂອງບັນດາຜູ້ນໍາອາຊີ-ເອີຣົບ (ຫລື ອາເຊັມ) ຄັ້ງທີ 9  ທີ່ຈະຈັດຂຶ້ນ ໃນວັນທີ 5-6 ພະຈິກ 2012 ທີ່ວຽງຈັນ, ນະຄອນຫລວງ ຂອງ ສປປລາວ. ອັນນີ້ຈະເປັນໂອກາດໃຫ້ຜູ້ນໍາຂອງສອງພາກພື້ນ ໄດ້ປຶກສາຫາລື ແລກປ່ຽນຄໍາເຫັນເຊິ່ງ ກັນ ແລະ ກັນ. ປະຈຸບັນ, ລັດຖະບານ ສປປລາວ ມີຄວາມກຽມພ້ອມທຸກດ້ານແລ້ວ ສຳລັບ ການເປັນເຈົ້າພາບກອງປະຊຸມສຸດຍອດດັ່ງກ່າວ. ລັດຖະບານ ແລະ ປະຊາຊົນລາວ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ຈະ ມີໂອກາດໄດ້ຕ້ອນຮັບຜູ້ແທນລະດັບສູງຈາກ 51 ຄະນະ ຈາກອາຊີ ແລະ ເອີຣົບ.

ທ່ານ ປະທານ,

ວົງຄະນາຍາດສາກົນ ຄົງຈະຢາກເຫັນການແກ້ໄຂບັນຫາສັນຕິພາບ ແລະ ຄວາມຫມັ້ນຄົງ ຢູ່ໃນຕາເວັນອອກກາງ. ການປະທະກັນຢູ່ພາກພື້ນນີ້ ບໍ່ພຽງແຕ່ບໍ່ສາມາດຢຸດຕິລົງໄດ້ ເທົ່ານັ້ນ, ແຕ່ຍັງບານປາຍອອກໄປເລື້ອຍໆ. ບັນຫາຄວາມຂັດແຍ່ງ ລະຫວ່າງ ອິດສະລາ ແອນ ແລະ ປາແລສຕິນທີ່ແກ່ຍາວມານັ້ນ ຈະບໍ່ສາມາດແກ້ຕົກໄດ້ ຖ້າບໍ່ມີການປະຕິບັດ ຢ່າງເປັນ ຮູບປະທໍາ. ບັນດາຍັດຕິຂອງສະພາຄວາມຫມັ້ນຄົງ ສປຊ ກ່ຽວກັບການ ສ້າງສອງລັດ ປາແລສຕິນ ແລະ ອິດສະລາແອນ ທີ່ດໍາລົງຢູ່ຄຽງຂ້າງກັນຢ່າງສັນຕິ. ສປປລາວ ຂໍຢໍ້າຄືນ ການສະຫນັບສະຫນູນ ລັດປາແລສຕິນ ໃຫ້ເປັນສະມາຊິກ ຂອງອົງການສະຫະປະຊາຊາດ ຢ່າງສົມບູນ.   ບັນຫາການຂວໍ້າບາດດ້ານເສດຖະ ກິດ, ການເງິນ ແລະ ການຄ້າ ຕໍ່ສາທາລະນະລັດກູບາ ເຊິ່ງເປັນປະເທດສະມາຊິກທີ່ຫ້າວຫັນຂອງອົງການ ສປຊ, ອັນໄດ້ນຳຜົນເສຍຫາຍຢ່າງໃຫຍ່ ຫລວງ ຕໍ່ປະຊາ ຊົນປະເທດນີ້ ຕ້ອງໄດ້ຢຸດຕິໂດຍໄວ.

ທ່ານ ປະທານ,

ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແມ່ນໜຶ່ງໃນກຸ່ມປະເທດ ທີ່ອ່ອນໄຫວ ທີ່ສຸດ ໃນບັນດາ ສະມາຊິກຂອງອົງການສະຫະປະຊາຊາດ ຍ້ອນທີ່ຕັ້ງທາງພູມສາດ ຂອງຕົນ. ສິ່ງທ້າທາຍພິເສດ ແລະ ອຸປະສັກອັນໃຫຍ່ຫຼວງຕໍ່ການພັດທະນາຂອງເຂົາເຈົ້າແມ່ນ ເກີດຂຶ້ນ ຍ້ອນຄວາມຫ່າງໄກຈາກຕະຫລາດໂລກ ແລະ ຄ່າຂົນສົ່ງຜ່ານແດນ ທີ່ມີມູນຄ່າສູງ, ເຊິ່ງສິ່ງ ເຫລົ່ານີ້ ໄດ້ເປັນອຸປະສັກ ໃຫ້ແກ່ການພັດທະນາແບບຢືນຍົງ ຂອງປະເທດເຫຼົ່ານີ້. ແຕ່ລະປີ ປະເທດ ກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ຕ້ອງໄດ້ ໃຊ້ງົບປະມານຢ່າງມະຫາສານ ໃນການປັບປຸງລະບົບການຂົນສົ່ງ ແລະ ຂົນສົ່ງຜ່ານ ແດນຂອງຕົນເພື່ອຮັບປະກັນ ໃຫ້ແກ່ການ ສົ່ງອອກຂອງຕົນ ອັນເປັນແຫລ່ງລາຍຮັບ ອັນສຳຄັນ ຂອງຊາດ. ບັນຫາດັ່ງກ່າວ ຍິ່ງນັບມື້ນັບ ຮ້າຍແຮງໃນເມື່ອປະເທດເຫລົ່ານີ້ ໄດ້ຮັບຜົນກະທົບໂດຍກົງຈາກວິກິດການ ຕ່າງໆ ບໍ່ວ່າດ້ານ ການເງິນ, ດ້ານສັງຄົມ, ໄພພິບັດທາງທຳມະຊາດ, ການປ່ຽນແປງດິນຟ້າ ອາກາດ ແລະ ອື່ນໆ. ຍິ່ງໄປ ກວ່ານັ້ນ, 50% ຂອງກຸ່ມປະເທດເຫລົ່ານີ້ແມ່ນປະເທດດ້ອຍ ພັດທະນາ. ສະນັ້ນ, ຂ້າພະເຈົ້າ ຈຶ່ງຮຽກຮ້ອງມາຍັງ ວົງຄະນາຍາດສາກົນ ຈົ່ງໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊ່ວຍເຫລືອປະເທດກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດທະເລ ດ້ວຍການ ສຸມໃສ່ຈັດຕັ້ງປະຕິບັດແຜນດຳເນີນງານ ອານມາຕີ ກໍ່ຄືການເຂົ້າຮ່ວມຢ່າງຕັ້ງໜ້າ ໃນການທົບທວນ 10 ປີ ແຫ່ງການຈັດຕັ້ງ ປະຕິບັດແຜນດໍາເນີນງານ, ເຊິ່ງຈະໄດ້ຈັດຂຶ້ນ ໃນປີ 2014 ຈະມາເຖິງນີ້.

ທ່ານ ປະທານ,

ສປປ ລາວ ຢືນຢັນອີກເທື່ອໜຶ່ງເຖິງເຈດຕະນາລົມອັນແຮງກ້າ ແລະ  ຄວາມຫມາຍ ຫມັ້ນອັນໜັກແໜ້ນຂອງຕົນ ທີ່ຈະສືບຕໍ່ຮ່ວມມືຢ່າງເຕັມສ່ວນກັບປະຊາຄົມໂລກ ໃນການສ້າງ ໂລກ ທີ່ມີຄວາມສະຫງົບ, ມີສັນຕິພາບ, ເປັນທຳ ແລະ ມີປະຊາທິປະໄຕກວ່າເກົ່າ, ບົນພື້ນຖານ ແຫ່ງການຮ່ວມມືກັນຂອງທຸກປະເທດ ເພື່ອສາມາດຜ່ານຜ່າກັບສິ່ງທ້າທາຍ ຕ່າງໆ ທີ່ພວກເຮົາ ກຳລັງປະເຊີນຫນ້າຮ່ວມກັນ. ຂ້າພະເຈົ້າເຊື່ອຫມັ້ນວ່າ ມີແຕ່ການດຳ ເນີນການຮ່ວມກັນດ້ວຍ ມານະຈິດທີ່ເຂັ້ມແຂງເທົ່ານັ້ນ ພວກເຮົາຈຶ່ງຈະສາມາດບັນລຸເປົ້າ ຫມາຍດ້ານການພັດທະນາ ທັງ ໃນສະເພາະຫນ້າ ແລະ ຍາວນານ, ສ້າງໃຫ້ໂລກມີແຕ່ ຄວາມສະຫງົບ, ມີສັນຕິພາບ ແລະ ຄວາມຈະເລີນວັດທະນາຖາວອນຕໍ່ໄປໄດ້.  (ຂອບໃຈ)